-文本歌词

-文本歌词

Leuxay XAYLEUXA
发行日期:

ອ້າຍມາບໍ່ທັນ ວັນທີ່ນ້ອງແຕ່ງງານ ຮັກຖືກປະຫານ ຕອນໄປຫາເງິນມາແຕ່ງນາງ ບາດກັບມາເຫັນ ແຕ່ຊາກດອງຮ້າງ ເຫັນໝໍ່ເຂົ້າປຸ້ນແລະຖ້ວຍຈານບໍທັນລ້າງ ນໍ້າຕາພັງເປັນວິນເກືອບສີ້ນໃຈ ອ້າຍລັກຈອບແນມຢູ່ແຈຮົ້ວເຮືອນເຈົ້າສາວ ເຫັນເສດເຈ້ຍຂາວຢັ່ງຢາຍຢູ່ໜ້າເຮືອນນາງ ອັນນີບໍເຂົາວ່າຊາກດອງຮ້າງ ເຫັນລັງເບຍເປົ່າແລະຈອກຟາງທີ່ເພພັງ ຫົວໃຈແໜ້ນອັ່ງເກືອບເປັນວິນລົງແຈຮົ້ວນາງ ໝົດແນວຕັ້ງເຈົ້າເປັນຂອງເຂົາຕັ້ງແຕ່ມື້ກ່ອນ ເຂົາຄົງນອນນຮຽງກັນຮົ່ມຜ້າລືມອ້າຍຜູ້ຫລັງ ຮັກແຕກມ້າງ ແຕກມ້າງ ຍາມອ້າຍຫ່າງຕາ ຕົວະໃຫ້ຫາເງີນມາພັດລັກເອົາຜົວຈ້ອຍ ໃຈມັນຄ້ອຍລົມວອຍພັດຜ່ານ ໃຈຊິຂາດແລ້ວນ້ອງ ພັດລືມເຈົ້າບໍ່ລົງ ເຂົາຄົງສຸກສັນ ໃນເທດສະການເຂົ້າໃຫມ່ປາມັນ ສ່ວນເຮົານັ້ນຈາບັນໃນງານຄວາມເສົ້າ ລົມພັດເອົາກິ່ນຊາກດອງທີ່ບູເນົ່າ ພາໃຫ້ນໍ້າຕາໄຫລໃສ່ຫົວເຂົ່າ ນີ້ບໍນົງເຍົາກິ່ນຊອງຄວາມຜິດຫວັງ ຄວາມຮັກຖືກລືມເຫງົາໆຊຶມຫົວໃຈ ບໍ່ກ້າໄປໃສຍ້ອນວ່າອາຍຊາວບ້ານ ອາໃສເວລາຫລາຍວັນໃຫ້ພົ້ນຜ່ານ ອົດທົນກິນນໍ້າ ປົນນໍ້າຕາໄປວັນໆ ມືອ້າຍຈົນສັ່ນກິນເຂົ້າບໍ່ລົງໄປຫລາຍວັນ ເມົາແຕ່ໄປທຳງານ ແຟນຢູ່ບ້ານເຂົາເອົາຜົວ ນໍ້າຕາໄຫລລິນໄຫລຮົ່ວ ແມ່ທູນຫົວນ້ອງນາງຫັກຫລັງ ເມົາແຕ່ໄປໄກຕາ ບາດກັບມາຜູ້ສາວປ່ຽນໄປ ຖືກເຂົາຫລອນຢາມຕ້ອນຢາມໄຊ ປາຖືກໄຊເຂົາເອົາໄປກິນ ເຂົາມອບເງິນ ແຕ່ອ້າຍມອບສັນຍາ ແກ້ວຕາຈື່ງເລືອກເງິນກວ່າອ້າຍ ປ່ອຍໃຫ້ຄວາມຮັກ ຂອງສອງເຮົາຟັງທະລາຍ ສັນຍາພຽງໃດກໍ່ລືມໄດ້ໜໍນາງ ສັນຍາບໍ່ມີເງິນຈ້າງ ສັນຍາບໍ່ມີເງິນຈ້າງ ນໍ້າຕາພັງໄຫລລົງຍ້ອຍບ່າ ຂ່າວວິວາທີ່ເຂົາຕັ້ງໄວ້ ເຫັນແລ້ວຮັບບໍ່ໄຫວ ອ້າຍຈົນເກີນໄປນ້ອງຈຶ່ງບໍ່ງໍ້ ເຂົາເຈາະກິນໃຈຈົນລືມອ້າຍ