-文本歌词

-文本歌词

发行日期:

ເມືອງບໍລິຄັນ ສະຫວັນນັ້ນສ້າງເຈົ້າມາ ທຸກບ່ອນງາມຕະການຕາ ເມື່ອໄດ້ມາເຫັນແລ້ວສຸດຊຶ້ງ ທົວທັດໂດດເດັ່ນ ເຫັນແລ້ວພາໃຈດູດດຶງ ຍົກໃຫ້ເຈົ້າເປັນທີ່ນຶ່ງ ຂອງແດນບໍລິຄຳໄຊ ມີຫລາຍເຜົ່າຊົນ ປະປົນໃນເມືອງແຫ່ງນີ້ ຮັກແພງຮ່ວມສາມັກຄີ ທຸກຄົນມີແຕ່ຄວາມຈິງໃຈ ພູຜາປ່າດົງ ລຸ້ມຫລົງຄວາມງາມວິໄລ ຮີດຄອງຍັງຮັກສາໄວ້ ຖືກໃຈແທ້ໜໍບໍລິຄັນ ນໍ້າຊັນລ່ອງໄຫລ ດອກໄມ້ປ່າໜ້າເດັດດົມດອມ ງົດງາມຖໍ້ານນາງຜົມຫອມ ໜ້າຖະໜອມຊາວບໍລິຄັນ ທ່ຽວປີໃໝ່ລາວ ຫາດເມືອງເກົ່າສຸດອາລັງການ ເມືອງທີ່ເລົ່າເປັນຕຳນານ ນິທານຖໍ້ານາງຜົມຫອມ ເມືອງບໍລິຄັນ ສະຫວັນນັ້ນສ້າງເຈົ້າມາ ງາມນໍ້າຕົກຕາດນໍ້າປາ ຍັງຮັກສາທຸກສິ່ງແວດລ້ອມ ເມື່ອຍາມຈາກໄປ ກິ່ນອາຍຄວາມງາມຍັງຕອມ ຊວນໃຈຄືນໄປດົມດອມ ຄວາມງາມເມືອງບໍລິຄັນ ...